- API (Application Programming Interface)
ຄືການເຊື່ອມຕໍ່ລະຫວ່າງ ເວບໄຊ້ ກັບ ເວບໄຊ້ ຫຼື ລະຫວ່າງ ເຊີເວີ ກັບຜູ້ໃຊ້ງານ API ຄ້າຍຄືພາສາຄອມພິວເຕີທີ່ອະນຸຍາດໃຫ້ຄອມພິວເຕີສາມາດແລກຂໍ້ມູນກັນໄດ້ຢ່າງອິດສະຫຼະ - APU (Accelerated Processing Unit)
ເປັນຊິບທີ່ລວມ CPU ແລະ GPU ເຂົ້າໄວ້ນຳກັນ, ຮອງຮັບການເຮັດວຽກທາງດ້ານກາບຟິກ, ຊ່ວຍເຮັດໃຫ້ການຮັບ-ສົ່ງຂໍ້ມູນວ່ອງໄວຂຶ້ນ ແລະ ມີປະສິດທິພາບສູງຂຶ້ນ - Bandwidth
ຄວາມຈຸຂອງຄວາມໄວໃນການສື່ສານ ແລະ ຮັບສົ່ງຂໍ້ມູນຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງຜ່ານເຄືອຂ່າຍຄອມພິວເຕີ ຫຼື ການເຊື່ອມຕໍ່ອິນເຕີເນັດໃນໄລຍະເວລາທີ່ກຳນົດ - Bit
ເປັນຫົວໜ່ວຍທີ່ໜ້ອຍທີ່ສຸດ ໃຊ້ໃນຄອມພິວເຕີທີ່ໃຊ້ສັນຍານດີຈິຕອນເປັນຫຼັກ - Bookmarks
ເປັນເຄື່ອງມືສຳລັບບັນທຶກໜ້າເວບໄຊ້ທີ່ເຮົາຕ້ອງການໃຊ້ງານເລື້ອຍໆ ເຊີ່ງຊ່ວຍໃຫ້ເຮົາສາມາດເຂົ້າໃຊ້ໄດ້ງ່າຍຂຶ້ນໃນເທື່ອຕໍ່ໄປ - Browser
ເປັນໂປຣແກຣມ ຫຼື ແອັບພຣິເຄຊັ່ນ ທີ່ເອົາໄວ້ສຳລັບເປີດເວບໄຊ້ ເພື່ອໃຫ້ຜູ້ໃຊ້ງານສາມດເຂົ້າເຖີງຂໍ້ມູນເທີງເວັບໄຊ້ຕ່າງໆ ຜ່ານການເຊື່ອຕໍ່ທາງອິນເຕີເນັດ ເຊັ່ນ ໂປຣແກຣມ Google Chrome, Mozilla Firefox, Safari ເປັນຕົ້ນ - Cache
ເປັນໜ່ວຍຄວາມຈຳ ທີ່ມີຄວາມໄວໃນການເຂົ້າເຖີງ ແລະ ຖ່າຍໂອນຂໍ້ມູນທີ່ສູງ. ຊຶ່ງມີໜ້າທີ່ເກັບຂໍ້ມູນທີ່ເຮົາຈະຕ້ອງການໃຊ້ເລື້ອຍໆໄວ້ ຊ່ວຍໃຫ້ຄວາມໄວໃນການເຂົ້າເຖີງ ແລະ ຖ່າຍໂອນຂໍ້ມູນ - CDN (Content Delivery Networks)
ຄືລະບົບເຄືອຂ່າຍຂະໜາດໃຫຍ່ຂອງເຄື່ອງ Server ກະຈາຍຕົວຢູ່ຕາມພູມມີພາກຕ່າງໆ ທົ່ວໂລກ. Server ເຫຼົ່ານີ້ຈະເຊື່ອມຕໍ່ກັນຜ່ານອິນເຕີເນັດ ເຮັດໜ້າທີ່ໃນການສົ່ງຂໍ້ມູນໃຫ້ໄປຫາຜູ້ຮັບປາຍທາງໃຫ້ໄວທີ່ສຸດ ລວມທັ້ງເພີ່ມປະສິດທິພາບໃນການເຂົ້າເຖີງຂໍ້ມູນເຫຼົ່ານັ້ນພ້ອມ - CPU (Central Processing Unit)
ໜ່ວຍປະມວນຜົນການ ເປັນດັ່ງສະໝອງຂອງເຄື່ອງຄອມພິວເຕີ ທີ່ຮັບຄຳສັ່ງເຂົ້າມາຈາກອຸປະກອນຈັດເກັບຂໍ້ມູນ (Storage Device) ແລະ ອຸປະກອນເຊື່ອມຕໍ່ (Peripheral Device) ຜ່ານທາງແຣມ (RAM) - DNS (Domain Name Server)
ຕົວແປງທີ່ຢູ່ເທີງອິນເຕີເນັດ ຄອມພິວເຕີແຕ່ລະເຄື່ອງເທີງອິນເຕີເນັດຈະໄດ້ຮັບ IP Address ທີ່ແຕກຕ່າງກັນໂດຍຈະມີລັກສະນະເປັນຕົວເລກ ຊຶ່ງຍາກໃນການຈົດຈຳເວລາທີ່ຈະເຂົ້າຊົມເວບໄຊ້ ຊຶ່ງປັບໃຫ້ມີການຕັ້ງການເຂົ້າເວບໄຊ້ໂດຍໃຊ້ຊື່ໂດເມນ ເມື່ອມີຄົນເຂົ້າເວບໄຊ້ຜ່ານຊື່ໂດເມນ ເວບບາວເຊີຈະຕອບໂຕ້ຜ່ານທີ່ຢູ່ IP Address ແລະ DNS ຈະແປຊື່ໂດເທນມາເປັນ IP ເພື່ອໃຫ້ບາວເຊີສາມາດໂຫຼດຂໍ້ມູນ ແລະ ເຂົ້າເວບໄຊ້ນັ້ນໄດ້ - Encode
ເປັນການເຂົ້າລະຫັດ ເພື່ອແປງຂໍ້ມູນຈາກຮູບແບບໜຶ່ງໄປເປັນອີກແບບໜຶ່ງເພື່ອໃຫ້ສາມາດນໍາຂໍ້ມູນໄປໃຊ້ຕໍ່ໄດ້ຢ່າງປອດໄພ ໂດຍບໍ່ສາມດດັກຈັບຂໍ້ມມູນດິບໄປໃຊ້ຕໍ່ໄດ້ໂດຍບໍ່ໄດ້ຮັບອະນຸຍາດ - Encrypt
ການເຂົ້າລະຫັດເພື່ອແປງຂໍ້ມູນ ຄ້າຍຄືກັບການ Encode ແຕ່ຈະມີພຽງແຕ່ຜູ້ມີລະຫັດເທົ່ານັ້ນທີ່ຈະສາມາດເຂົ້າໃຈຄວາມໝາຍຂອງຂໍ້ມູນເຫຼົ່ານັ້ນ - FTP (File Transfer Protocol)
ເປັນ Protocol ທີ່ອອກແບມາໃຫ້ເພື່ອໃຊ້ໃນກການຮັບສົ່ງລະຫວ່າງ Client ແລະ Server - GPU (Graphics Processing Unit)
GPU ຫຼື ກາດຈໍ ແມ່ນໜ່ວຍປະມວນຜົນດ້ານກາບຟິກ ມີລັກສະນະການເຮັດວຽກທີ່ຄ້າຍຄືກັບ CPU ແຕ່ມີໂຄງສ້າງການເຮັດວຽກທີ່ແຕກຕ່າງກັນຢ່າງຊັດເຈນເພາະ GPU ມີການປະມວນຜົນແບບ Parallel ທີ່ຊ່ວຍໃຫ້ມັນສາມາດຄຳນວນວຽກງານໄດ້ເປັນຈຳນວນຫຼວງຫຼາຍພາຍໃນເວລາອັນສັ້ນ. - GUI (Graphical User Interface)
ເປັນຕົວກາງທີ່ເຄື່ອງເຊີເວີ (Server) ຕິດຕໍ່ກັບຜູ້ໃຊ້ງານໂດຍໃຊ້ໄອຄອນ (Icon) ຮູບພາບ (Image) ແລະ ສັນຍາລັກອື່ນໆ ເພື່ອແທນລັກສະນະຕ່າງໆ ຂອງໂປຣແກຣມ ໂດຍຈະໃຊ້ເມົ້າ ເປັນຫຼັກ ແທນການພິມຄຳສັ່ງຕ່າງໆ ໃນການເຮັດວຽກ ຊ່ວຍເຮັດໃຫ້ຜູ້ໃຊ້ງານສາມາດເຮັດວຽກໄດ້ງ່າຍ ແລະ ວ່ອງໄວຂຶ້ນ - Harddisk
ເປັນໜ່ວຍຄວາມຈຳພາຍນອກທີ່ເຮັດໜ້າທີ່ຈັດເກັບຂໍ້ມູນຕ່າງໆ ໃນຄອມພິວເຕີ ບໍ່ວ່າຈະເປັນໂປຣແກຣມ, ຂໍ້ມູນເອກະສານ, ຮູບພາບ, ໜັງ, ເກມ ຫຼື ຂໍ້ມູນສຳຄັນອື່ນໆ ພາຍໃນຄອມພິວເຕີ - Internet
ເຄືອຂ່າຍຄອມພິວເຕີຂະໜາດໃຫຍ່ທີ່ເຊື່ອມຕໍ່ເຄືອຂ່າຍຄອມພິວເຕີທົ່ວໂລກ ເພື່ອໃຫ້ເກີດການສື່ສານ ແລະ ການແລກປ່ຽນຂໍ້ມູນຮ່ວມກັນ ໂດຍອາໃສຕົວເຊື່ອມເຄືອຂ່າຍພາຍໃຕ້ມາດຕະຖານການເຊື່ອມຕໍ່ດຽວກັນ ນັ້ນແມ່ນ ເຊີ່ງນີ້ຊ່ວຍໃຫ້ຄອມພິວເຕີທີ່ມີຮາດແວທີ່ແຕກຕ່າງກັນສາມາດຕິດຕໍ່ສື່ສານກັນໄດ້ - Intranet
ລະບົບເຄືອຂ່າຍໃນອົງກອນ ເປັນບໍລິການ ແລະ ການເຊື່ອມຕໍ່ຄອມພິວເຕີຄືກັນກັບ Internet ແຕ່ຈະເປີດໃຫ້ໃຊ້ສະເພາະສະມາຊິກພາຍໃນອົງກອນເທົ່ານັ້ນ ບຸກຄົນພາຍນອກບໍ່ສາມາດເຂົ້າເຖີງໄດ້ - IP Address
ຄື ໝາຍເລກທີ່ສາມາດລະບຸຈຳແນກຄວາມແຕກຕ່າງຂອງເຄື່ອງຄອມພິວເຕີ ແລະ ອຸປະກອນເຄືອຂ່າຍຕ່າງໆ ທີ່ມີການເຊື່ອມຕໍ່ໃນເຄືອຂ່າຍດຽວກັນ ຫຼື ຈະເປັນການເຊື່ອມຕໍ່ນອກເຄືອຂ່າຍກໍ່ໄດ້ເຊັ່ນກັນ ໂດຍ IP Address ຈະບໍ່ສາມາດຕັ້ງຊໍ້າກັນໄດ້ - ISP (Internet Service Provider)
ຄື ຜູ້ໃຫ້ບໍລິການອິນເຕີເນັດ ເຮັດໃຫ້ເຮົາສາມາດເຂົ້າເຖີງອິນເຕີເນັດ ໂດຍຈະເຊື່ອມຕໍ່ກັບອຸປະກອນເຕັກໂນໂລຊີຮັບສົ່ງຂໍ້ມູນທີ່ເໝາະສົມທີ່ສາມາດສ້າງທາງເຊື່ອມຕໍ່ອິນເຕີເນັດໄດ້ - LAN (Local Area Network)
ເຄືອຂ່າຍຄອມພິວເຕີທີ່ຄວບຄຸມພື້ນທີ່ຂະໜາດນ້ອຍ ເຊັ່ນ ພາຍໃນຕຶກອາຄານ ຫຼື ສຳນັກງານ - MAN (Metropolitan Area Network)
ເຄືອຂ່າຍຂອງລະບົບໄອທີ ຫຼື ຄອມພິວເຕີ ຄວບຄຸມພື້ນທີ່ລະດັບ ຕົວເມືອງ ຫຼື ແຂວງ ເຊັ່ນ ລະບົບໂທລະສັບທ້ອງຖິ່ນ ທີ່ແຍກກັນດ້ວຍລະຫັດພື້ນທີ່ (Area Code) - Ping
ເປັນຄ່າກ່ຽວຂ້ອງກັບການຕອບສະໜອງຄວາມໄວໃນການເຊື່ອມຕໍ່ອິນເຕີເນັດ - Platform
ຮາກຖານຂອງລະບົບຕ່າງໆ ທີ່ໃຊ້ໃນການຮັບສົ່ງຂໍ້ມູນ ແລະ ເຂົ້າເຖີງອິນເຕີເນັດ ເຊັ່ນ Google, Facebook, Youtube ຫຼື Twitter ເປັນຕົ້ນ - Plug In ຫຼື Extentions
ເປັນ ໂປຣແກຣມເສີມ ທີ່ຈະເພີ່ມຄວາມສາມາດໃຫ້ແກ່ໂປຣແກຣມຫຼັກ ເຊີ່ງເຮົາອາດຈະຕິດຕັ້ງເພື່ອໃຊ້ງານ ຫຼື ບໍ່ຕິດຕັ້ງກໍ່ໄດ້ ໂດຍຖືກອອກແບບໃຫ້ມີຄວາມສາມາດສະເພາະທາງ ເຊີ່ງເປັນສາມາດເສີມທີ່ຊ່ວຍໃຫ້ໂປຣແກຣມຫຼັກເຮັດວຽກໄດ້ດີຂຶ້ນ - Protocol
ຂໍ້ກຳນົດ ຫຼື ຂໍ້ຕົກລົງໃນການສື່ສານລະຫວ່າງຄອມພິວເຕີ ຫຼື ພາສາສື່ສານທີ່ໃຊ້ເປັນຕົວກາງໃນການສື່ສານລະຫວ່າງຄອມພິວເຕີສອງເຄື່ອງຂຶ້ນໄປ - RAM (Random Access Memory)
ເປັນໜ່ວຍຄວາມຈຳພາຍໃນ ເຮັດໜ້າທີ່ເປັນອຸປະກອນເກັບຂໍ້ມູນຫຼັກຂອງເຄື່ອງຄອມພິວເຕີ ຫຼື ອຸປະກອນມືຖືທຸກຊະນິດ ສາມາດເຮັດວຽກໄດ້ໃນເວລາທີ່ມີກະແສໄຟຟ້າໄຫຼວຽນຢູ່ພາຍໃນເຄື່ອງເທົ່ານັ້ນ (ເມື່ອບໍ່ມີກະແສໄຟຟ້າຂໍ້ມູນທັງໝົດຈະຖືກຕັ້ງຄ່າໃໝ່ ແລະ ເສຍຫາຍ) - ROM (Read Only Memory)
ເປັນໜ່ວຍຄວາມຈຳຖາວອນທີ່ຜູ້ໃຊ້ບໍ່ສາມາດແກ້ໄຂຂໍ້ມູນໄດ້ ມີໜ້າທີ່ບັນທຶກຂໍ້ມູນແບບຕາຍຕົວ ເຖີງວ່າບໍ່ມີກະແສໄຟຟ້າໄຫຼວຽນຢູ່ຂໍ້ມູນກໍ່ຈະບໍ່ເສຍຫາຍ - Router
ເປັນອຸປະກອນທີ່ເຮັດໜ້າທີ່ຄຳນວນຫາເສັ້ນທາງເພື່ອສົ່ງຂໍ້ມູນລະຫວ່າງຂໍ້ມູນຈາກຜູ້ສົ່ງຂໍ້ມູນ (Sender) ທີ່ຕົ້ນທາງ (Source) ໄປຫາຜູ້ຮັບ (Receiver) ທີ່ຢູ່ປາຍທາງ (Destination) ຢ່າງຖືກຕ້ອງ ແລະ ວ່ອງໄວ - SEO (Search Engine Optimization)
ການຈັດສ້າງ ຫຼື ປັບປຸງເວບໄຊ້ໃຫ້ສະແດງຜົນເປັນອັນດັບຕົ້ນໆ ຂອງການຄົ້ນຫາໃນ Search Engine ໃນ Keyword ທີ່ເໝາະສົມແລະຖືກຕາມວັດຖຸປະສົງຂອງເວບໄຊ້ - TCP (Transmission Control Protocol)
ເປັນໂປຣໂຕຄໍທີ່ອາໃສການສ້າງການເຊື່ອມຕໍ່ ທີ່ສົ່ງຂໍ້ມູນໄປກັບລະຫວ່າງຜູ້ສົ່ງ ແລະ ປາຍທາງ ໂດຍມີການກວດສອບໃຫ້ແນ່ໃຈວ່າຂໍ້ມູນທີ່ຈັດສົ່ງໄປຫາເຊີເວີນັ້ນເປັນໄປຕາມລຳດັບທີ່ຖືກຕ້ອງຕາມທີ່ຕົ້ນທາງສົ່ງອອກມາ ດ້ວຍການສ້າງການເຊື່ອມຕໍ່ລະຫວ່າງສອງຝັ່ງທັງຜູ້ສົ່ງ ແລະ ຜູ້ຮັບ - URL (Universal Resource Locator)
ທີ່ຢູ່ເວບໄຊ້ທີ່ໃຊ້ຄົ້ນຫາໜ້າເວບໜຶ່ງ URL ຈະເປັນສິ່ງທີ່ນຳໄປຫາໜ້າໃດໜ້າໜຶ່ງພາຍໃນເວບໄຊ້ URL ປະກອບດ້ວຍຊື່ໂດເມນ ແລະ ອັງປະກອບອື່ນໆ ທີ່ຈຳເປັນໃນການຄົ້ນຫາໜ້າເວບໄຊ້ ຫຼື ເນື້ອຫາທີ່ເຈາະຈົງ - WWW (World Wide Web)
ພື້ນທີ່ເກັບຂໍ້ມູນຂ່າວສານທີ່ເຊື່ອມຕໍ່ກັນທາງອິນເຕີເນັດ ມັກຈະໃຊ້ສັບສົນກັບອິນເຕີເນັດ ແຕ່ www ເປັນພຽງສ່ວນບໍລິການໜຶ່ງໃນອິນເຕີເນັດເທົ່ານັ້ນ - WAN (Wide Area Network)
ເປັນລະບົບເຄືອຂ່າຍທີ່ຄວບຄຸມບໍລິເວນກວ້າງ ໃນລະດັບປະເທດ ຫຼື ທົ່ວໂລກ ເຊັ່ນ: ເຄືອຂ່າຍອິນເຕີເນັດ ທີ່ສາມາດເຂົ້າເຖີງ ແລະ ໃຊ້ບໍລິການໄດ້ໃນລະດັບໂລກ ຫຼື ເຄືອຂ່າຍໂທລະສັບມືຖື ເປັນຕົ້ນ - ZIP
ວິທີລວມໄຟຣ໌ຈຳນວນຫຼາຍໆ ໄວ້ເປັນໄຟຣ໌ດຽວ ແລະ ຂະໜາດໄຟຣ໌ນ້ອຍກວ່າເກົ່າ ເຮັດໃຫ້ສາມາດສົ່ງໄຟຣ໌ຫຼາຍໆ ໄຟຣ໌ ໄປໃນເທື່ອດຽວ ແລະ ສົ່່ງໄຟຣ໌ໄດ້ໄວເພາະຂະໜາດນ້ອຍລົງ
ແຫຼ່ງຂໍ້ມູນ: https://searchnetworking.techtarget.com/definition/bandwidth ; https://techterms.com/definition/bit ; https://en.wikipedia.org/wiki/Intranet ; https://en.wikipedia.org/wiki/Internet ; https://www.computerhope.com/jargon/r/rom.htm ; https://www.investopedia.com/terms/i/ip-address.asp ; https://www.whoismyisp.org/articles/what-is-an-isp ; https://etc.usf.edu/techease/win/internet/what-is-a-plugin-how-do-i-install-it/ ; https://www.techopedia.com/definition/4528/protocol ; http://www.plugthingsin.com/internet/what-is-a-router/ ; https://engineering.thinknet.co.th/encode-encrypt-hash-%E0%B8%81%E0%B9%87%E0%B8%84%E0%B8%87%E0%B8%A1%E0%B8%B5%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%AB%E0%B8%A1%E0%B8%B2%E0%B8%A2%E0%B9%80%E0%B8%AB%E0%B8%A1%E0%B8%B7%E0%B8%AD%E0%B8%99%E0%B9%86-%E0%B8%81%E0%B8%B1%E0%B8%99-a863e2af3621 ; https://www.computerhope.com/jargon/g/gui.htm
Recent Comments