ຊີພີຢູ “CPU” ຫຍໍ້ມາຈາກຄຳວ່າ “Central Processing Unit” ແປເປັນພາສາລາວແມ່ນ ໜ່ວຍປະມວນຜົນກາງ, ຄືດັ່ງສະໝອງຂອງເຄື່ອງຄອມພິວເຕີ, ເປັນສິ່ງທີ່ຄິດທຸກຢ່າງໃນຄອມພິວເຕີ ທີ່ຮັັບຄຳສັງເຂົ້າມາຈາກອຸປະກອນຈັດເກັບຂໍ້ມູນ (Storage Device) ແລະ ອຸປະກອນເຊື່ອມຕໍ່ (Peripheral Device) ຜ່ານທາງແຣມ (RAM)
ຕົວຢ່າງອຸປະກອນຈັດເກັບຂໍ້ມູນ: (Solid-State Drive) (Hard disk) (USB Flash Drive) (DVD/CD Drive)
ຕົວຢ່າງອຸປະກອນເຊື່ອມຕໍ່: ເຄື່ອງພີມເອກະສານ (Printer) ເຄື່ອງສະແກນ (Scanner) ເມົາ (Mouse) ຄີບອດ (Keyboard) ໄມໂຄຣໂຟນ (Microphone) ກ້ອງເວັບແຄມ (Webcam)
ຫຼັກການເຮັດວຽກຂອງ CPU
ຮູບ ຫຼັກການເຮັດວຽກຂອງ ຊີພີຢູ
- ເລີ່ມຈາກການໄດ້ຮັບຄຳສັ່ງຈາກອຸປະກອນນຳເຂົ້າ (Input unit) ທີ່ເຊື່ອມຕໍ່ກັບຄອມພິວເຕີ, ຄຳສັ່ງເຫຼົ່ານີ້ຖືກນຳມາຈັດເກັບໄວ້ໃນໜ່ວຍຄວາມຈຳຫຼັກ (Main memory) ຄືແຣມ (RAM), ແຣມຈະຈັດລຽງຄຳສັ່ງຕາມລຳດັບທີ່ສັ່ງເຂົ້າມາ, ຈັດລຳດັບຄວາມສຳຄັນ ແລະ ປ້ອນຄຳສັ່ງຕ່າງໆໃຫ້ ຊີພີຢູ (CPU);
- ເມື່ອຊີພີຢູໄດ້ຮັບຄຳສັ່ງແລ້ວກໍ່ປະມວນຜົນເທື່ອລະຄຳສັ່ງຕາມລຳດັບ ແລ້ວກໍ່ສົ່ງຜົນທີ່ໄດ້ກັບຄືນໄປຫາແຣມອີກເທື່ອໜຶ່ງ;
- ແຣມຈະຮັບຜົນຂອງການປະມວນຜົນນີ້ໃນຮູບແບບຄຳສັ່ງ, ແລ້ວສົ່ງໄປຫາອຸປະກອນຕ່າງໆທີ່ມີໃນຄຳສັ່ງ ຫຼັງຈາກທີ່ຄຳສັ່ງນັ້ນຖືກປະຕິບັດຈົນສຳເລັດແລ້ວແຣມກໍ່ຈະສົ່ງຂໍ້ມູນກັບຄືນໄປລາຍງານກັບຊີພີຢູວ່າຄຳສັ່ງທີ່ໄດ້ສົ່ງມານັ້ນໄດ້ຮັບການປະຕິບັດສຳເລັດແລ້ວ.
ຈາກການເຮັດວຽກ 3 ຂັ້ນຕອນຂ້າງເທີງ ເຫັນວ່າ ຄົບວົງຈອນການເຮັດວຽກຂອງຊີພີຢູ ໃນລະບົບຄອມພິວເຕີ ໂດຍຄວາມໄວໃນການປະມວນຜົນແຕ່ລະເທື່ອຈະຂຶ້ນກັບ ຄວາມສາມາດໃນ ຊີພີຢູ ທີ່ມີການສ້າງຂຶ້ນມາ
- ປັດໄຈທີ່ໃຊ້ວັດແທກປະສິດທິພາບຂອງຊີພີຢູ
- Core: ແມ່ນຊີພີຢູນ້ອຍທີ່ຢູ່ໃນຊີພີຢູອີກ ຍິ່ງຈຳນວນຫຼາຍຍິ່ງສາມາດເຮັດວຽກໄດ້ຫຼາຍຢ່າງພ້ອມກັນເວລາດຽວກັນໄດ້ດີ.
- Thread: ເຮັດໜ້າທີ່ເປັນຜູ້ຊ່ວຍ Core ໃນການປະມວນຜົນ, Thread ຍິ່ງຫຼາຍຍິ່ງສາມາດເຮັດວຽກໄດ້ຫຼາຍຢ່າງພ້ອມກັນເວລາດຽວກັນໄດ້ດີ ແລະ ໄວ.
- Cache: ມີ 3 ລະດັບ L1, L2 ແລະ L3 ມັນແມ່ນໜ່ວຍຄວາມຈຳທີ່ຢູ່ໃນຊີພີຢູທີ່ເຮັດໜ້າທີ່ເປັນຕົວຈັດເກັບຂໍ້ມູນຄຳສັ່ງກ່ອນຈະຖືກຊີພີຢູປະມວນຜົນ. ສຳຄັນກວ່າໝູ່ແມ່ນ L3 ຍິ່ງຄວາມຈຳຫຼາຍຍິ່ງເຮັດໃຫ້ການເຮັດວຽກໄດ້ວ່ອງໄວຂຶ້ນ ເພາະວ່າ L1, L2 ແມ່ນເປັນ Cache ທີ່ຢູ່ໃນ Core ສ່ວນແມ່ນ L3 ແມ່ນ Cache ເປັນ Cache ທີ່ທຸກ Core ສາມາດໃຊ້ງານຮ່ວມກັນໄດ້.
- Clock speed: ເປັນຄວາມຖີ່ວັດແທກຄວາມໄວໃນການປະມວນຜົນເທື່ອຕໍ່ວິນາທີ (1MHz = 1 ລ້ານເທື່ອຕໍ່ວິນາທີ, 1 GHz = 1 ພັນລ້ານເທື່ອຕໍ່ວິນາທີ).
ມີສອງຄ່າຄື:
ຕົວຢ່າງ: ຊີພີຢູ INTEL Core i5-11400F
- ມີ 6 Core
- ມີ 12 Thread
- ມີ L3 Cache = 12MB
- ມີ ຄວາມຖີ່ພື້ນຖານ Base Clock = 2.60 GHz, ຄວາມຖີ່ Boost Clock = 4.40 GHz
ວີດີໂອ ປຽບທຽບ ຄອມພິວເຕີ ທີ່ມີ Core ແຕກຕ່າງກັນ
ວີດີໂອ ປຽບທຽບ ຄອມພິວເຕີ ທີ່ມີ Clock speed ແຕກຕ່າງກັນ
Credits: https://www.it4nextgen.com/what-is-a-cpu-central-processing-unit ;
Recent Comments