ເມນບອດ (Mainboard) ຫຼື ໃນຕ່າງປະເທດຈະນິຍົມເອີ້ນວ່າ “ມາເທີບອດ” (Motherboard) ເປັນສ່ວນປະກອບໜື່ງທີ່ສຳຄັນຂອງເຄື່ອງຄອມພິວເຕີ, ມັນເປັນແຜງວົງຈອນອີເລັກໂຕຣນິກທີ່ລວມເອົາ ໜ່ວຍປະມວນຜົນກາງ, ໜ່ວຍຄວາມຈຳຊົ່ວຄາວ, ອຸປະກອນຈັດເກັບຂໍ້ມູນ ແລະ ອຸປະກອນອື່ນໆ ມາເຊື່ອມຕໍ່ກັບມັນ ເພື່ອໃຫ້ອຸປະກອນເຫຼົ່ານັ້ນສາມາດເຮັດວຽກຮ່ວມກັນໄດ້ດີ.
ສ່ວນປະກອບໃນ Mainboard
- CPU Socket ຊ່ອງສຽບ ຊີພີຢູ
- Chipset ຊີບເຊັດ
- RAM Slot ຊ່ອງສຽບແຣມ
- Graphic Card Slot ຊ່ອງສຽບກາດສະແດງຜົນ ຫຼື ກາດຈໍ
- PCI Slot ຊ່ອງ ສຽບອຸປະກອນເຊັ່ນ: ກາດຈໍ, ກາດສຽງ, ກາດອິນເຕີເນັດ
- SATA Port ຫົວຕໍ່ອຸປະກອນຈັດເກັບຂໍ້ມູນ
- Power supply connector ຫົວຕໍ່ແຫຼ່ງສະໜອງໄຟ
- ICH Chipset ຊິບຈັດການການສື່ສານຂໍ້ມູນລະຫວ່າງ CPU ແລະເມນບອດ.
- Switch Port ຊ່ອງເຊື່ອມຕໍ່ຫົວສະວິດຄວບຄຸມ
- External Port ຊ່ອງເຊື່ອມຕໍ່ອຸປະກອນພາຍນອກຕ່າງໆ
ຖ້າຖາມວ່າສິ່ງທີ່ສຳຄັນສຳລັບການປະກອບເຄື່ອງຄອມພິວເຕີ ສຳລັບຫຼີ້ນເກມຂຶ້ນມາຈັກເຄື່ອງນັ້ນ ຫຼາຍໆຄົນຈະໃຫ້ຄວາມສຳຄັນກັບອຸປະກອນທີ່ຈະເຮັດໃຫ້ຫຼີ້ນເກມໄດ້ລື່ນໄຫຼຂຶ້ນ ເຊັ່ນ ກາດຈໍ, ຊີພີຢູ ຈົນບາງເທື່ອອາດຈະບໍ່ສົນໃຈຄວາມສຳຄັນຢ່າງໜຶ່ງ ນ້ນກໍ່ແມ່ນ Mainboard. ເພາະວ່າມັນອາດຈະພົວພັນເຖີງອັດຕາຄວາມໄວໃນການຖ່າຍໂອນຂໍ້ມູນ, ການລະບາຍຄວາມຮ້ອນ,
“ຖ້າປຽບທຽບ Mainboard ກັບຄົນເຮົາ ກໍ່ຄືກັນກັບລະບົບປະສາດທີ່ເຊື່ອມໂຍງທຸກຢ່າງໃຫ້ຄອມພິວເຕີສາມາດເຮັດວຽກໄດ້ຢ່າງລື່ນໄຫຼທີ່ສຸດ”
ແລະນອກຈາກອຸປະກອນພາຍໃນແລ້ວ ອຸປະກອນພາຍນອກຕ່າງໆເຮົາກໍ່ຕ້ອງສຽບເຂົ້າກັບ Mainboard ເຊັ່ນ ຄີບອດ, ກ້ອງ Web Camera ແລະ ຫຼາກຫຼາຍສິ່ງເຮົາຕ້ອງເຊື່ອມຕໍ່ຜ່ານ ຊ່ອງເຊື່ອມຕໍ່ຕ່າງໆໃນເມນບອດ
- ວິທີການເລືອກ
ເພື່ອໃຫ້ການຊື້ ແລະ ເລືອກໃຊ້ Mainboard ໃຫ້ຄຸ້ມຄ່າທີ່ສຸດ. ສິ່ງທີ່ເຮົາຄວນສັງເກດ ແລະ ພິຈາລະນານັ້ນມີດັ່ງນີ້
- ເລືອກອັນທີ່ຮອງຮັບ CPU ທີ່ເຮົາຕ້ອງການ
ຕົວປະມວນຜົນ CPU ແມ່ນພະເອກຂອງຄອມພິວເຕີເລີຍກໍ່ວ່າໄດ້ ດັ່ງນັ້ນ, ກ່ອນທີ່ຈະເລືອກ Mainboard ທຳອິດທີ່ເຮົາຄວນສັງເກດວ່າ Mainboard ທີ່ເຮົາຈະເລືອກຊື້ນີ້ສາມາດຮອງຮັບກັບ CPU ທີ່ເຮົາຕ້ອງການ ຫຼື ບໍ່
- ຊ່ອງເຊື່ອມຕໍ່ຕ່າງໆ ພ້ອມກັບຄວາມໄວຂອງການເຊື່ອມຕໍ່ຂໍ້ມູນ
ຊ່ອງສຽບ USB 3.0, USB 3.1, ຊ່ອງສຽບ RAM, ຊ່ອງສຽບ SATA, ຊ່ອງສຽບ M2 ແລ ອື່ນໆ
- ເລືອກຂະໜາດ
ຂະໜາດທີ່ນິຍົມໃນປັດຈຸບັນ EATX, ATX , Micro-ATX ແລະ Mini-ITX ຊຶ່ງຂະໜາດນັ້ນກໍ່ພົວພັນເຖີງຈຳນວນຂອງ ຊ່ອງເຊື່ອມຕໍ່ຕ່າງໆ
- ຟັ່ງຊັ່ນອື່ນໆເພີ່ມຕື່ມ
ສິ່ງທີ່ເຮົາຕ້ອງການນັ້ນຢາກໃຫ້ມີຟັ່ງຊັ່ນນັ້ນຫຼືບໍ່ ເຊັ່ນ: Overclock: ເພີ່ມຄວາມໄວ ແລະ ແຮງໃຫ້ກັບຄອມພິວເຕີ (ມີການພົວພັນເຖີງການເລືອກ ຊີພີຢູ)
- ລາຄາກັບຄວາມຕ້ອງການ
ສິ່ງທີ່ສຸດທ້າຍກໍ່ຄື ລາຄາ ຄວນໃຫ້ເໝາະສົມ ກັບຄວາມຕ້ອງການ ແລະ ການໃຊ້ງານຂອງເຮົາ.
Recent Comments